24 June 2013

ວິໄສທັດພາກວິຊາບໍລິຫານທຸລະກິດ


ວິໄສທັດຂອງພາກວິຊາບໍລິຫານທຸລະກິດ:

ພາກວິຊາບໍລິຫານທຸລະກິດ ມີຈຸດປະສົງມຸ່ງໝາຍ ສ້າງຄວາມສຳນຶກໃຫ້ແກ່ ນັກຮຽນ-ນັກສຶກສາ ມີຄວາມດຸໝັ່ນ, ຊື່ສັດ, ກະຕັນຍູ,  ມີຄວາຮັບຜິດຊອບ  ເປັນການຝຶກຝົນໃຫ້ນັກຮຽນມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການ ປະຕິບັດໃຫ້ມີຄວາຊຳນານ.

ປັດຊະຍາຂອງພາກວິຊາບໍລິຫານທຸລະກິດ:

ມີຄຸນນະທຳ ນຳວິຊາການ ຊຳນານວິຊາຊີບ

ມີຄຸນນະທຳ:
ມີຈຸດປະສົງມຸ້ງໝາຍໃຫ້ເກີດຄວາມສຳນຶກ ດ້ານຄວາມດຸໝັ່ນ, ຊື່ສັດ, ປະຢັດກະຕັນຍູ ມີຄວາມຮັບຜິດຊອບ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ເປັນພົນລະເມືອງທີ່ດີຂອງສັງຄົມ.

ນຳວິຊາການ:
ເປັນການຝຶກຝົນໃຫ້ນັກຮຽນ ມີຄວາມຮູ້ ຄວາມສາມາດ ແລະ ທັກສະ ໃນການປະຕິບັດ, ມີຄວາມຄິດລິເລີ່ມ ເພື່ອຈະພັດທະນາຕົນເອງໃຫ້ດີຂຶ້ນ ເລື້ອຍໆ.

ຊຳນານວິຊາຊີບ:

ເປັນການຝຶກຝົນທັກສະ ໃນວິຊາຊີບຂອງຕົນເອງໃຫ້ມີຄວາມຊຳນານ ເຮັດໃຫ້ການປະຕິບັດວຽກງານຢ່າງມີປະສິດທິພາບ.

23 June 2013

ປະຫວັດຄວາມເປັນມາ ຂອງວິທະຍາໄລ

        1986 ໂຮງຮຽນໄດ້ສ້າງຕັ້ງຂຶ້ນດ້ວຍການໂຮມເອົາ ໂຮງຮຽນ ກໍ່ສ້າງພະນັກງານສືບທອດ ແລະ ການຊ່າງຊັ້ນຕົ້ນໂພນໂຮງ ໂຮມເຂົ້າກັນ ໃສ່ຊື່ວ່າ: ໂຮງຮຽນກໍ່ສ້າງພະນັກງານ ແລະ ການຊ່າງແຂວງ ວຽງຈັນ ຂຶ້ນກັບ ການຄຸ້ມຄອງຫ້ອງວ່າການແຂວງວຽງຈັນ
         1993 ໄດ້ປ່ຽນຊື່ເປັນ ໂຮງຮຽນການຊ່າງແຂວງວຽງຈັນ ທາງດ້ານວິຊາການແມ່ນຂຶ້ນກັບການ ຄຸ້ມຄອງກົມອາຊີວະສຶກສາ ການສຶກສາຊັ້ນສູງ ກະຊວງສຶກສາທິການ
       1998 ໄດ້ປ່ຽນຊື່ໂຮງຮຽນເຕັກນິກແຂວງວຽງຈັນ ແລະ ໃນປີນີ້ເອງ ໂຮງຮຽນໄດ້ຮັບການຊ່ວຍເຫຼືອ ຈາກໂຄງການຮ່ວມມືລາວ-ໄທ ໃນການພັດທະນາໂຮງຮຽນ ຊຶ່ງປະກອບດ້ວຍການກໍ່ສ້າງອາຄານຝຶກງານ 4 ຫຼັງ ເພື່ອດ້ວຍອຸປະກອນເຄື່ອງມື-ເຄື່ອງຈັກ, ຈັດສົ່ງຄູ-ອາຈານໄປຝຶກອົບຮົມວິຊາສະເພາະໃນໄລຍະສັ້ນ ໃນສາຂາຕ່າງໆ ຈັດຕັ້ງການປັບປຸງຫຼັກສູດ 8+3 ໃນຈຳນວນ 5 ສາຂາວິຊາຮຽນ ສຳເລັດຕາມແຜນການ
        2010 ໂດຍໄດ້ຮັບຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 707/ສສ.ຈຕ 2010 ລົງວັນທີ 25 ພຶດສະພາ 2010 ວ່າດ້ວຍການຍົກລະດັບໂຮງຮຽນ ຂຶ້ນເປັນ ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ຈັດພິທີເປີດຢ່າງເປັນທາງການໃນວັນທີ 17 ທັນວາ 2010

ວິໄສທັດ (Vision) ວິທະຍາໄລ

ວິໄສທັດ (Vision)

    ເພື່ອພັດທະນາ ການຮຽນ-ການສອນ ທາງດ້ານວິຊາ ຊີບໃຫ້ນັກຮຽນ-ນັກສຶກສາ ແລະ ກຸ່ມເປົ້າໝາຍທຸກຄົນ ມີຄວາມຮູ້, ຄວາມສາມາດ, ທັກສະ ແລະ ຄຸນນະທຳ, ຈະລິຍະທຳ ມີຄວາມເຊື່ອໝັ້ນຕົນເອງ ທາງ ດ້ານວິຊາຊີບ ສາມາດນຳເອົາຄວາມ ຮູ້ໄປປະກອບອາຊີບທັງພາຍໃນ ແລະ ຕ່າງປະເທດ

ມີພາລະກິດ ( Mission)


-       ສ້າງພະນັກງານເຕັກນິກວິຊາຊີບສາຂາ ວິຊາຕ່າງໆ ເພື່ອຕອບສະໜອງສັງຄົມ ກໍ່ຄື ຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.
-       ການບໍລິການດ້ານວິຊາຊີບຕ່າງໆ ໃຫ້ແກ່ຜູ້ທີ່ສົນໃຈທົ່ວໄປໃນສັງຄົມ ສ້າງຜະລິດຕະພັນທາງການສຶກສາ ເພື່ອວາງສະແດງ ແລະ ຂາຍເປັນສິນຄ້າ.
-        ຍົກລະດັບທາງການເມືອງແນວຄິດ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ຄອມພິວເຕີໃຫ້ແກ່ຄູສອນ ແລະ ພະນັກງານບໍລິຫານ.
-       ຮ່ວມມືກັບທັງພາຍໃນ ແລະ ຕ່າງປະເທດ.

ປັດສະຍາຂອງວິທະຍາໄລ ( COLLEGE PHILOSOPHY )


-       ການຮຽນດີ ຄຸນສົມບັດເດັ່ນ ເນັ້ນສີມື ຊື່ສັດຕໍ່ວິຊາຊີິບ.

ຄຳຂັວນຂອງວິທະຍາໄລ ( SLOGAN )

-       ສີມືເດັ່ນ ເນັ້ນຄວາມສາມັກຄີ ມີຄວາມສີວິໄລ

ປັດຊະຍາວິທະຍາໄລ


ປັດຊະຍາວິທະຍາໄລ

(College Philosophy)

ການຮຽນດີ ຄຸນສົມບັດເດັ່ນ ເນັ້ນສີມື ສັດຊື່ຕໍ່ອາຊີບ


ຄຳຂັວນ (Slogan)
ສີມືເດັ່ນ ເນັ້ນຄວາມສາມັກຄີ ມີຄວາມສີວິໄລ


ແຜ່ນພັບວິທະຍາໄລ



ການຂຽນເວັບດ້ວຍພາສາ PHP (Personnel Home Page)


ພາກວິຊາ ບໍລິຫານທຸລະກິດ ສາຂາວິຊາ ຄອມພິວເຕີທຸລະກິດ
ປະມວນລາຍວິຊາ (Course Syllabus)
1. ລະຫັດວິຊາ:                         ______________________
2. ຈຳນວນໜ່ວຍກິດ:                  2 ໜ່ວຍກິດ (1-3-0-0 )
3. ຊື່ວິຊາ                                   3. ຊື່ວິຊາ:                               ການຂຽນເວັບດ້ວຍພາສາ PHP
                                            (Personnel Home Page)
4. ພາກວິຊາ/ສາຂາວິຊາ:               ບໍລິຫານທຸລະກິດ / ສາຂາວິຊາ ຄອມພິວເຕີທຸລະກິດ
5. ພາກຮຽນ/ສົກຮຽນ:                3/2012-2013
6. ຊື່ຜູ້ສອນ:                            ອາຈານ ຄຳພອນ ຈັນທະລາ (856-20-55679245)
                                            E-mail: Khamphoneit@hotmail.com
7. ສະຖານະພາບຂອງວິຊາ:           ໝວດວິຊາສະເພາະ
8. ຊື່ຫລັກສູດ:                          ຫລັກສູດຊັ້ນກາງ(12+ 2) ຄອມພິວເຕີທຸລະກິດ
9. ລະດັບວິຊາ                          ເຕັກນິກຊັ້ນກາງ
10. ຈຳນວນຊົ່ວໂມງສອນ/ອາທິດ      4 ຊົ່ວໂມງ ຊົ່ວໂມງສອນລວມ 72 ຊົ່ວໂມງ
11. ເນື້ອໃນບົດຮຽນ
          ຄວາມຮູ້ກ່ຽວກັບພາສາ PHP, ການໃຊ້ງານຂໍ້ມູນໂຕປ່ຽນ ແລະ ໂຕດຳເນີນການ, ການຂຽນຄຳສັ່ງ ຄວບຄຸມທິດທາງການເຮັດວຽກ, ການສ້າງຟັ່ງຊັ່ນໄວ້ໃຊ້ງານ, ຟັ່ງຊັ່ນສຳເລັດຮູບໃນ PHP, ການຈັດການກັບໄຟ້ ແລະ ໄດເຣັກຕໍຣີ, ການສ້າງຟອມຮັບຂໍ້ມູນ ແລະ ການແລກປ່ຽນຂໍ້ມູນ, ການໃຊ້ງານ PHPMyAdmin ຈັດການ ຂໍ້ມູນ MySQL, ຟັ່ງຊັ່ນ PHPທີ່ໃຊ້ໃນການຈັດການຖານຂໍ້ມູນ MySQL.
12. ລາຍລະອຽດຂອງວິຊາ:
12.1 ວັດຖຸປະສົງ:
1. ມີທັກສະໃນການໂຕປ່ຽນ ແລະ ໂຕດຳເນີນການໄດ້.
2. ຮູ້ຂຽນຄຳສັ່ງເພື່ອຄວບຄຸມທິດທາງການເຮັດວຽກໄດ້.
3. ສາມາດການສ້າງຟັ່ງຊັ່ນໄວ້ໃຊ້ງານໄດ້.
4. ສາມາດສ້າງຟອມຮັບຂໍ້ມູນ ແລະ ສາມາດສ້າງຖານຂໍ້ມູນ PHPMyAdmin ຈັດການຂໍ້ມູນ MySQL.
12.2 ເນື້ອໃນບົດຮຽນ/ອາທິດ
ອາທິດ
ເວລາ
ເນື້ອໃນ ແລະ ວຽກງານທີ່ມອບໝາຍ
1-2
8
ບົດທີ 1 ຄວາມຮູ້ກ່ຽວກັບພາສາ PHP
3-4
8
ບົດທີ 2 ການໃຊ້ງານຂໍ້ມູນໂຕປ່ຽນ ແລະ ໂຕດຳເນີນການ
5-6
8
ບົດທີ 3 ການຂຽນຄຳສັ່ງ ຄວບຄຸມທິດທາງການເຮັດວຽກ
7
4
ສອບເສັງຄັ້ງທີ 1
8
4
ບົດທີ 4 ການສ້າງຟັ່ງຊັ່ນໄວ້ໃຊ້ງານ
9-10
8
ບົດທີ 5 ຟັ່ງຊັ່ນສຳເລັດຮູບໃນ PHP
11-12
8
ບົດທີ 6 ການຈັດການກັບໄຟ້ ແລະ ໄດເຣັກຕໍຣີ
13-14
8
ບົດທີ 7 ການສ້າງຟອມຮັບຂໍ້ມູນ ແລະ ການແລກປ່ຽນຂໍ້ມູນ
15
4
ສອບເສັງຄັ້ງທີ 2
16-17
8
ບົດທີ 8 ການໃຊ້ງານ PHPMyAdmin ຈັດການ ຂໍ້ມູນ MySQL
18
4
ບົດທີ 9 ຟັ່ງຊັ່ນ PHPທີ່ໃຊ້ໃນການຈັດການຖານຂໍ້ມູນ MySQL


ສອບເສັງຈົບວິຊາ

12.3. ວິທີການສິດສອນ           ບັນຍາຍ, ອະທິບາຍ ແລະ ຝຶກປະຕິບັດ
12.4. ສື່ການສອນ                 Power point, word & internet
12.5. ການວັດຜົນການຮຽນ       ການມີສ່ວນຮ່ວມໃນຫ້ອງຮຽນ                         10%
                                        ການສອບເສັງຄັ້ງ 1                                     20%
                                        (ວຽກບ້ານ/ສຶກສາດ້ວຍຕົນເອງ/ເສັງຍ່ອຍ)
                                        ການສອບເສັງຄັ້ງ 2                                     20%       (ລາຍງານ/ນໍາສະເໜີ/ເສັງຍ່ອຍ)
                                        ການສອບເສັງຄັ້ງສຸດທ້າຍ                               50%
12.6.ການປະເມີນຜົນການຮຽນ
                                        ຄະແນນລະຫວ່າງ 90-100              ໄດ້ລະດັບ  A
                                        ຄະແນນລະຫວ່າງ 85-89               ໄດ້ລະດັບ  B+
                                        ຄະແນນລະຫວ່າງ 70-84               ໄດ້ລະດັບ  B
                                        ຄະແນນລະຫວ່າງ 65-69               ໄດ້ລະດັບ  C+
                                        ຄະແນນລະຫວ່າງ 60-64               ໄດ້ລະດັບ  C
                                        ຄະແນນລະຫວ່າງ 55-59               ໄດ້ລະດັບ  D+
                                        ຄະແນນລະຫວ່າງ 50-54               ໄດ້ລະດັບ  D
                                        ຄະແນນລະຫວ່າງ 0-49                 ໄດ້ລະດັບ  F
13. ລາຍຊື່ປຶ້ມອ່ານປະກອບການສອນ
13.1. ປຶ້ມຕົ້ນຕໍ
[1] Basic of PHP
[2] ການຂຽນເວັບດ້ວຍພາສາ PHP
13.2. ສື່ອີເລັກໂຕຼນິກ ຫລື ເວັບໄຊ້ທີ່ກ່ຽວຂ້ອງ
o    ຄົ້ນຫາໂດຍເວັບໄຊ້ www.google.co.th
o    ເບິ່ງວີດີໂອນຳເວັບໄຊ້ www.youtube.com

ການບໍລິຫານຂໍ້ມູນຂ່າວສານ MIS: Management Information System


ພາກວິຊາ ບໍລິຫານທຸລະກິດ ສາຂາວິຊາ ການເງິນ
ປະມວນລາຍວິຊາ (Course Syllabus)
1. ລະຫັດວິຊາ:                         ______________________
2. ຈຳນວນໜ່ວຍກິດ:                  2 ໜ່ວຍກິດ (1-3-0-0 )
3. ຊື່ວິຊາ:                               ການບໍລິຫານຂໍ້ມູນຂ່າວສານ
                                            (MIS: Management Information System)
4. ພາກວິຊາ/ສາຂາວິຊາ:               ບໍລິຫານທຸລະກິດ / ສາຂາວິຊາ ການເງິນ
5. ພາກຮຽນ/ສົກຮຽນ:                6/2012-2013
6. ຊື່ຜູ້ສອນ:                            ອາຈານ ຄຳພອນ ຈັນທະລາ (856-20-55679245)
                                            E-mail: Khamphoneit@hotmail.com
7. ສະຖານະພາບຂອງວິຊາ:           ໝວດວິຊາສະເພາະ
8. ຊື່ຫລັກສູດ:                          ຫລັກສູດຊັ້ນສູງ(12+2+1) ສາຂາ ການເງິນ
9. ລະດັບວິຊາ                          ຊັ້ນສູງ
10. ຈຳນວນຊົ່ວໂມງສອນ/ອາທິດ      4 ຊົ່ວໂມງ   (ຊົ່ວໂມງສອນລວມ 72 ຊົ່ວໂມງ)
11. ເນື້ອໃນບົດຮຽນ
          ສຶກສາເຖິງ ເຕັກໂນໂລຊີຂໍ້ມູນຂ່າວສານ,ລະບົບຂໍ້ມູນຂ່າວສານ ເພື່ອການຈັດການ, ລະບົບຍ່ອຍຂອງລະບົບຂໍ້ມູນ ຂ່າວສານ ເພື່ອການຈັດການ,ການພັດທະນາລະບົບຂໍ້ມູນຂ່າວສານ, ລະບົບຖານຂໍ້ມູນ, ລະບົບສະໜັບສະໜູນການຕັດສິນ ໃຈ, ລະບົບຂໍ້ມູນຂ່າວສານສຳລັບຜູ້ບໍລິຫານ, ປັນຍາປະດິດ ແລະ ລະບົບຜູ້ຊ່ຽວຊານ,  ແລະ ລະບົບຂໍ້ມູນຂ່າວສານ ທາງ ທຸລະກິດ.
12. ລາຍລະອຽດຂອງວິຊາ:
12.1 ວັດຖຸປະສົງ:
1. ເພື່ອໃຫ້ນັກສຶກສາມີຄວາມຮູ້ກ່ຽວກັບ ການບໍລິຫານຂໍ້ມູນຂ່າວສານ.
2. ເພື່ອໃຫ້ນັກສຶກສາສາມາດພັດທະນາ ລະບົບຂໍ້ມູນຂ່າວສານ
      3. ເພື່ອໃຫ້ນັກສຶກສາສາມາດ ນຳເອົາຄວາມຮູ້ໄປໝູນໃຊ້ໃນການ ຄຸ້ມຄອງ ແລະການພັດທະນາລະບົບ ຂໍ້ມູນຂ່າວສານຂອງອົງການໄດ້
12.2 ເນື້ອໃນບົດຮຽນ/ອາທິດ
ອາທິດ
ເວລາ
ເນື້ອໃນ ແລະວຽກງານທີ່ມອບໝາຍ
1-2
8
ບົດທີ 01  ເຕັກໂນໂລຊີຂໍ້ມູນຂ່າວສານ
3
4
ບົດທີ 02  ລະບົບຂໍ້ມູນຂ່າວສານ ເພື່ອການຈັດການ
4
4
ບົດທີ 03  ລະບົບຍ່ອຍຂອງ ລະບົບຂໍ້ມູນຂ່າວສານ ເພື່ອການຈັດການ
5
4
ບົດທີ 04  ການພັດທະນາ ລະບົບຂໍ້ມູນຂ່າວສານ
6-7
8
ກວດກາເກັບຄະແນນຄັ້ງທີ 1
8-9
8
ບົດທີ 05  ລະບົບຖານຂໍ້ມູນ
10-11
8
ບົດທີ 06  ລະບົບສະໜັບສະໜູນ ການຕັດສິນໃຈ
12-13
8
ບົດທີ 07  ລະບົບຂໍ້ມູນຂ່າວສານ ສຳລັບຜູ້ບໍລິຫານ
5
4
ກວດກາເກັບຄະແນນຄັ້ງທີ 2
14-15
8
ບົດທີ 08  ປັນຍາປະດິດ ແລະ ລະບົບຜູ້ຊ່ຽວຊານ
16-17
4
ບົດທີ 09  ລະບົບຂໍ້ມູນຂ່າວສານ ທາງທຸລະກິດ
18
4
ສອບເສັງ ຄັ້ງທີ່ 1, ຄັ້ງທີ່ 2 ແລະສອບເສັງສຸດທ້າຍ

8
ສອບເສັງຄັ້ງສຸດທ້າຍ

12.3. ວິທີການສິດສອນ           ບັນຍາຍ, ອະທິບາຍ ແລະ ຝຶກປະຕິບັດ
12.4. ສື່ການສອນ                 Power point, word & Internet
12.5. ການວັດຜົນການຮຽນ       ການມີສ່ວນຮ່ວມໃນຫ້ອງຮຽນ                         10%
                                        ການສອບເສັງຄັ້ງ 1                                     20%
                                        (ວຽກບ້ານ/ສຶກສາດ້ວຍຕົນເອງ/ເສັງຍ່ອຍ)
                                        ການສອບເສັງຄັ້ງ 2                                     20%
                                                 (ລາຍງານ/ນຳສະເໜີ/ເສັງຍ່ອຍ)
                                        ການສອບເສັງຄັ້ງສຸດທ້າຍ                               50%
12.6.ການປະເມີນຜົນການຮຽນ
                                        ຄະແນນລະຫວ່າງ 90-100              ໄດ້ລະດັບ  A
                                        ຄະແນນລະຫວ່າງ 85-89               ໄດ້ລະດັບ  B+
                                        ຄະແນນລະຫວ່າງ 70-84               ໄດ້ລະດັບ  B
                                        ຄະແນນລະຫວ່າງ 65-69               ໄດ້ລະດັບ  C+
                                        ຄະແນນລະຫວ່າງ 60-64               ໄດ້ລະດັບ  C
                                        ຄະແນນລະຫວ່າງ 55-59               ໄດ້ລະດັບ  D+
                                        ຄະແນນລະຫວ່າງ 50-54               ໄດ້ລະດັບ  D
                                        ຄະແນນລະຫວ່າງ 0-49                 ໄດ້ລະດັບ  F
13. ລາຍຊື່ປຶ້ມອ່ານປະກອບການສອນ
13.1. ປຶ້ມຕົ້ນຕໍ
[1]   ຄູ່ມືຮຽນວິຊາການຄ້າອີເລັກໂຕຼນິກ
13.2. ສື່ອີເລັກໂຕຼນິກ ຫລືເວບໄຊ້ທີ່ກ່ຽວຂ້ອງ
[1]    ຄົ້ນນຳເວັບໄຊ້ www.google.co.th