24 June 2013

ວິໄສທັດພາກວິຊາບໍລິຫານທຸລະກິດ


ວິໄສທັດຂອງພາກວິຊາບໍລິຫານທຸລະກິດ:

ພາກວິຊາບໍລິຫານທຸລະກິດ ມີຈຸດປະສົງມຸ່ງໝາຍ ສ້າງຄວາມສຳນຶກໃຫ້ແກ່ ນັກຮຽນ-ນັກສຶກສາ ມີຄວາມດຸໝັ່ນ, ຊື່ສັດ, ກະຕັນຍູ,  ມີຄວາຮັບຜິດຊອບ  ເປັນການຝຶກຝົນໃຫ້ນັກຮຽນມີຄວາມຮູ້, ຄວາມສາມາດ ແລະ ທັກສະໃນການ ປະຕິບັດໃຫ້ມີຄວາຊຳນານ.

ປັດຊະຍາຂອງພາກວິຊາບໍລິຫານທຸລະກິດ:

ມີຄຸນນະທຳ ນຳວິຊາການ ຊຳນານວິຊາຊີບ

ມີຄຸນນະທຳ:
ມີຈຸດປະສົງມຸ້ງໝາຍໃຫ້ເກີດຄວາມສຳນຶກ ດ້ານຄວາມດຸໝັ່ນ, ຊື່ສັດ, ປະຢັດກະຕັນຍູ ມີຄວາມຮັບຜິດຊອບ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ເປັນພົນລະເມືອງທີ່ດີຂອງສັງຄົມ.

ນຳວິຊາການ:
ເປັນການຝຶກຝົນໃຫ້ນັກຮຽນ ມີຄວາມຮູ້ ຄວາມສາມາດ ແລະ ທັກສະ ໃນການປະຕິບັດ, ມີຄວາມຄິດລິເລີ່ມ ເພື່ອຈະພັດທະນາຕົນເອງໃຫ້ດີຂຶ້ນ ເລື້ອຍໆ.

ຊຳນານວິຊາຊີບ:

ເປັນການຝຶກຝົນທັກສະ ໃນວິຊາຊີບຂອງຕົນເອງໃຫ້ມີຄວາມຊຳນານ ເຮັດໃຫ້ການປະຕິບັດວຽກງານຢ່າງມີປະສິດທິພາບ.