23 June 2013

ປະຫວັດຄວາມເປັນມາ ຂອງວິທະຍາໄລ

        1986 ໂຮງຮຽນໄດ້ສ້າງຕັ້ງຂຶ້ນດ້ວຍການໂຮມເອົາ ໂຮງຮຽນ ກໍ່ສ້າງພະນັກງານສືບທອດ ແລະ ການຊ່າງຊັ້ນຕົ້ນໂພນໂຮງ ໂຮມເຂົ້າກັນ ໃສ່ຊື່ວ່າ: ໂຮງຮຽນກໍ່ສ້າງພະນັກງານ ແລະ ການຊ່າງແຂວງ ວຽງຈັນ ຂຶ້ນກັບ ການຄຸ້ມຄອງຫ້ອງວ່າການແຂວງວຽງຈັນ
         1993 ໄດ້ປ່ຽນຊື່ເປັນ ໂຮງຮຽນການຊ່າງແຂວງວຽງຈັນ ທາງດ້ານວິຊາການແມ່ນຂຶ້ນກັບການ ຄຸ້ມຄອງກົມອາຊີວະສຶກສາ ການສຶກສາຊັ້ນສູງ ກະຊວງສຶກສາທິການ
       1998 ໄດ້ປ່ຽນຊື່ໂຮງຮຽນເຕັກນິກແຂວງວຽງຈັນ ແລະ ໃນປີນີ້ເອງ ໂຮງຮຽນໄດ້ຮັບການຊ່ວຍເຫຼືອ ຈາກໂຄງການຮ່ວມມືລາວ-ໄທ ໃນການພັດທະນາໂຮງຮຽນ ຊຶ່ງປະກອບດ້ວຍການກໍ່ສ້າງອາຄານຝຶກງານ 4 ຫຼັງ ເພື່ອດ້ວຍອຸປະກອນເຄື່ອງມື-ເຄື່ອງຈັກ, ຈັດສົ່ງຄູ-ອາຈານໄປຝຶກອົບຮົມວິຊາສະເພາະໃນໄລຍະສັ້ນ ໃນສາຂາຕ່າງໆ ຈັດຕັ້ງການປັບປຸງຫຼັກສູດ 8+3 ໃນຈຳນວນ 5 ສາຂາວິຊາຮຽນ ສຳເລັດຕາມແຜນການ
        2010 ໂດຍໄດ້ຮັບຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ສະບັບເລກທີ 707/ສສ.ຈຕ 2010 ລົງວັນທີ 25 ພຶດສະພາ 2010 ວ່າດ້ວຍການຍົກລະດັບໂຮງຮຽນ ຂຶ້ນເປັນ ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ຈັດພິທີເປີດຢ່າງເປັນທາງການໃນວັນທີ 17 ທັນວາ 2010