23 June 2013

ວິໄສທັດ (Vision) ວິທະຍາໄລ

ວິໄສທັດ (Vision)

    ເພື່ອພັດທະນາ ການຮຽນ-ການສອນ ທາງດ້ານວິຊາ ຊີບໃຫ້ນັກຮຽນ-ນັກສຶກສາ ແລະ ກຸ່ມເປົ້າໝາຍທຸກຄົນ ມີຄວາມຮູ້, ຄວາມສາມາດ, ທັກສະ ແລະ ຄຸນນະທຳ, ຈະລິຍະທຳ ມີຄວາມເຊື່ອໝັ້ນຕົນເອງ ທາງ ດ້ານວິຊາຊີບ ສາມາດນຳເອົາຄວາມ ຮູ້ໄປປະກອບອາຊີບທັງພາຍໃນ ແລະ ຕ່າງປະເທດ

ມີພາລະກິດ ( Mission)


-       ສ້າງພະນັກງານເຕັກນິກວິຊາຊີບສາຂາ ວິຊາຕ່າງໆ ເພື່ອຕອບສະໜອງສັງຄົມ ກໍ່ຄື ຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.
-       ການບໍລິການດ້ານວິຊາຊີບຕ່າງໆ ໃຫ້ແກ່ຜູ້ທີ່ສົນໃຈທົ່ວໄປໃນສັງຄົມ ສ້າງຜະລິດຕະພັນທາງການສຶກສາ ເພື່ອວາງສະແດງ ແລະ ຂາຍເປັນສິນຄ້າ.
-        ຍົກລະດັບທາງການເມືອງແນວຄິດ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ຄອມພິວເຕີໃຫ້ແກ່ຄູສອນ ແລະ ພະນັກງານບໍລິຫານ.
-       ຮ່ວມມືກັບທັງພາຍໃນ ແລະ ຕ່າງປະເທດ.

ປັດສະຍາຂອງວິທະຍາໄລ ( COLLEGE PHILOSOPHY )


-       ການຮຽນດີ ຄຸນສົມບັດເດັ່ນ ເນັ້ນສີມື ຊື່ສັດຕໍ່ວິຊາຊີິບ.

ຄຳຂັວນຂອງວິທະຍາໄລ ( SLOGAN )

-       ສີມືເດັ່ນ ເນັ້ນຄວາມສາມັກຄີ ມີຄວາມສີວິໄລ